ສະຖານທີ່ທ່ອງທ່ຽວ
ສະຖານທີ່ທ່ອງທ່ຽວທີ່ທ່ານຄວນໄປຢ້ຽມຢາມໃນ ນະຄອນຫຼວງວຽງຈັນ
ພະທາດຫຼວງ

ທາດຫຼວງ ຫຼື ພຣະທາດຫຼວງ ຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ.
ຫໍພະແກ້ວ

ຫໍພະແກ້ວ ເປັນອະດີດວັດໃນວຽງຈັນ ຕັ້ງຢູ່ຖະໜົນເສດຖາທິລາດທາງຕາເວັນຕົກສຽງໃຕ້ວັດສີສະເກດ. ວັດນີ້ສ້າງຂື້ນໃນປີຄ.ສ 1565 ສຳລັບເປັນບ່ອນປະດິດສະຖານພຣະແກ້ວມໍລະກົດ, ໂດຍພະເຈົ້າໄຊເຊດຖາທິລາດໃນເວລາທີ່ໄດ້ຕັດສິນໃຈຍ້າຍນະຄອນຫຼວງ ຈາກ ຫຼວງພະບາງມາຢູ່ວຽງຈັນ…
ວັດສີສະເກດ

ວັດສີສະເກດ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ ເອກະພາບ ອັນໜຶ່ງອັນດຽວກັນ
ວັດສີເມືອງ

ວັດສີເມືອງ ເປັນບ່ອນຕັ້ງຂອງເສົາຫລັກເມືອງ ຢູ່ເຂດບ້ານສີເມືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງມີປະຫວັດອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາຍາວນານໃນສະໄໝກ່ອນ ວັດສີເມືອງເປັນສະຖານທີ່ສັກສິດ ຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ວັດຊຽງຄວນ

ວັດຊຽງຄວນ ແມ່ນສວນປະຕິມາກໍາຫ່າງຈາກ ນະຄອນຫຼວງວຽງຈັນ ໄປທາງທິດຕາເວັນອອກສຽງໃຕ້ 25 ກິໂລແມັດ, ຢູ່ໃນເມືອງຫາດຊາຍຟອງແຄມແມ່ນໍ້າຂອງ. ຊື່ ຊຽງຄວນ ໝາຍເຖິງ “ເມືອງວິນຍານ”. ສວນປະຕິມາກໍາມີຮູບປັ້ນຮິນດູ ແລະ ພຸດທະສາ ຫຼາຍກວ່າ 200 ແຫ່ງ. ລັດຖະບານສັງຄົມນິຍົມ ດໍາເນີນການວັດຊຽງຄວນເປັນສະຖານທີ່ທ່ອງທ່ຽວແລະສວນສາທາລະນະ.