ວັດສີເມືອງ ເປັນບ່ອນຕັ້ງຂອງເສົາຫລັກເມືອງ ຢູ່ເຂດບ້ານສີເມືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງມີປະຫວັດອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາຍາວນານໃນສະໄໝກ່ອນ ວັດສີເມືອງເປັນສະຖານທີ່ສັກສິດ ຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ວັດສີເມືອງໄດ້ຮັບການກໍ່ສ້າງໃນປີ 1563 ໃນອະດີດອານາຈັກລ້ານຊ້າງ. ໃນສະໄໝກ່ອນ ຕອນທີ່ຊາວເມືອງ ກຳລັງພ້ອມກັນເຮັດພິທີປັກຫລັກເມືອງຢູ່ນັ້ນ ຕາມຄວາມເຊື່ອໃນເວລານັ້ນ ກ່ອນຈະຕັ້ງຫຼັກເມືອງຕ້ອງມີຜູ້ໃດຜູ້ໜຶ່ງເປັນເຈົ້າ ເປັນຜູ້ເຝົ້າຫຼັກເມືອງເຊິ່ງມີແມ່ຍິງຄົນໜຶ່ງຊື່ວ່ານາງ ສີ ເຊິ່ງກຳລັງຖືພາຢູ່ ນາງໄດ້ອາສາສະຫລະຊີບຕົນໂດດລົງໄປໃນຂຸມນັ້ນ, ນາງໄດ້ຖືກຝັງໄປພ້ອມຫລັກເມືອງ ແລະ ກາຍເປັນຜູ້ເຝົ້າຫລັກເມືອງ ຈຶ່ງເປັນທີ່ມາຂອງຊື່ “ວັດສີເມືອງ” ແຫ່ງນີ້.
ຂໍ້ມູນ ແລະ ຮູບພາບຈາກ: https://lo.wikipedia.org/wiki/ວັດສີເມືອງ

