ສະຖານທີ່ທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວທີ່ທ່ານຄວນໄປຢ້ຽມຢາມໃນ ນະຄອນຫຼວງວຽງຈັນ

ພະທາດຫຼວງ

ທາດຫຼວງ ຫຼື ພຣະທາດຫຼວງ ຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ.
ຫໍພະແກ້ວ

ຫໍພະແກ້ວ ເປັນອະດີດວັດໃນວຽງຈັນ ຕັ້ງຢູ່ຖະໜົນເສດຖາທິລາດທາງຕາເວັນຕົກສຽງໃຕ້ວັດສີສະເກດ. ວັດນີ້ສ້າງຂື້ນໃນປີຄ.ສ 1565 ສຳລັບເປັນບ່ອນປະດິດສະຖານພຣະແກ້ວມໍລະກົດ, ໂດຍພະເຈົ້າໄຊເຊດຖາທິລາດໃນເວລາທີ່ໄດ້ຕັດສິນໃຈຍ້າຍນະຄອນຫຼວງ ຈາກ ຫຼວງພະບາງມາຢູ່ວຽງຈັນ…
ວັດສີສະເກດ

ວັດສີສະເກດ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ ເອກະພາບ ອັນໜຶ່ງອັນດຽວກັນ
ວັດສີເມືອງ

ວັດ​ສີ​ເມືອງ ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ ຢູ່​ເຂດ​ບ້ານສີ​ເມືອງ, ​ເມືອງຈັນທະ​ບູລີ, ນະຄອນຫຼວງວຽງຈັນ​ ເຊິ່ງມີ​ປະຫວັດ​ອັນ​ເກົ່າ​ແກ່​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາຍາວນານ​ໃນ​ສະ​​ໄໝກ່ອນ ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງ​ທາງ​ໃຈ​ໃຫ້​ແກ່​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່ ທີ່​ຊາວ​ຕ່າງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າມາ​ສຶກສາ ​ແລະ ທ່ຽວຊົມ​ເປັນ​ຈຳນວນ​ຫຼວງຫຼາຍ.
ວັດຊຽງຄວນ

ວັດຊຽງຄວນ ແມ່ນສວນ​ປະ​ຕິ​ມາ​ກໍາ​ຫ່າງຈາກ ນະຄອນຫຼວງວຽງຈັນ ໄປທາງທິດຕາເວັນອອກສຽງໃຕ້ 25 ກິໂລແມັດ, ຢູ່ໃນເມືອງຫາດຊາຍຟອງແຄມແມ່ນໍ້າຂອງ. ຊື່ ຊຽງຄວນ ໝາຍເຖິງ “ເມືອງວິນຍານ”. ສວນ​ປະ​ຕິ​ມາ​ກໍາມີຮູບປັ້ນຮິນດູ ແລະ ພຸດທະສາ ຫຼາຍກວ່າ 200 ແຫ່ງ. ລັດ​ຖະ​ບານ​ສັງ​ຄົມ​ນິ​ຍົມ ​ດໍາ​ເນີນ​ການວັດຊຽງຄວນ​​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແລະ​ສວນ​ສາ​ທາ​ລະ​ນະ.