ກໍາມະການເຕັກນິກ-ຈັດການແຂ່ງຂັນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອານຸກຳມະການຝ່າຍຕ່າງໆ

ກໍາມະການເຕັກນິກ-ຈັດການແຂ່ງຂັນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອານຸກຳມະການຝ່າຍຕ່າງໆ ເປັນປະທານໂດຍ ທ່ານ ກີ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳກໍາມະການເຕັກນິກ-ຈັດການແຂ່ງຂັນ. ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອກຽມຄວາມພ້ອມການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ XII, ນະຄອນຫຼວງວຽງຈັນເກມ 2025 ໃຫ້ສຳເລັດຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທ່ານປະທານ ໄດ້ຊົມເຊີຍຜົນສຳເລັດການຈັດຕັ້ງປະຕິບັດວຽກງານເຫັນວ່າມີທ່າກ້າວຫລາຍ, ທ່ານໄດ້ຊີ້ນຳຢ່າງໜັກແໜ້ນ ໃຫ້ເພີ່ມທະວີການນຳພາ ຊີ້ນຳຢ່າງໃກ້ຊິດ, ພ້ອມປຶກສາຫາລືກັນຢ່າງກົງໄປກົງມາເພື່ອຫາທາງອອກໂດຍໄວ, ພ້ອມນີ້ ທ່ານໃຫ້ຕັ້ງສູນປະຈຳການໃຫ້ສຳເລັດໂດຍໄວ.