ກ່ຽວກັບກິລາແຫ່ງຊາດ
ງານມະຫາກໍາກິລາແຫ່ງຊາດ ແມ່ນ ບຸນມະໂຫລານດ້ານການກິລາລະດັບຊາດ (ການແຂ່ງຂັນກິລາລະດັບທົ່ວປະເທດ) ໂດຍປະຕິບັດທິດຊີ້ນຳທີ່ວ່າ: “ ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ ”. ລາຍການແຂ່ງຂັນນີ້ ປະກອບດ້ວຍການແຂ່ງຂັນກິລາປະເພດຕ່າງໆ ຂອງສາກົນ ແລະ ຂອງຊາດລາວ, ເປັນການແຂ່ງຂັນກິລາລະດັບສູງ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາແຂວງ, ນະຄອນຫຼວງ ແລະ ບັນດາກະຊວງ ເພື່ອສະແດງເຖິງອາຣິຍະທຳມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າ, ເປັນການສົ່ງເສີມ ແລະ ພັດທະນາວຽກງານກິລາຂອງຊາດໃຫ້ນັບມື້ນັບແຂງແຮງ ຮັບປະກັນຈຸດປະສົງ ແລະ ລະດັບຄາດໝາຍ ເປັນການເສີມຂະຫຍາຍວຽກງານກິລາ-ກາຍຍະກຳ ເຂົ້າສູ່ມວນຊົນບັນດາເຜົ່າ ຫັນໄປສູ່ການຫຼີ້ນກິລາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ເພື່ອຍົກສູງລະດັບສະມັດຕະພາບຮ່າງກາຍ ແລະ ຈິດໃຈ, ສ້າງນໍ້າໃຈສາມັກຄີ, ລະບຽບວິໄນຂອງຊາວໜຸ່ມ, ນັກສຶກສາ, ປັນຍາຊົນ ແລະ ປວງຊົນບັນດາເຜົ່າ, ຍົກສູງດ້ານເຕັກນິກ, ຍຸດທະວິທີ ໃນການຫຼິ້ນ ແລະ ແຂ່ງຂັນກິລາປະເພດຕ່າງໆ, ຍົກສູງຄວາມສາມັກຄີໃນລະຫວ່າງທ້ອງຖີ່ນ, ຂະແໜງການຕ່າງໆ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊີ່ງ, ເປັນການເຄື່ອນໄຫວດ້ານວັດທະນະທຳ-ສັງຄົມ ເປັນຜູ້ມີ ມານະຈິດໃຈໃນການຮັບໃຊ້ວຽກງານພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ ກ້າວສູ່ການກະກຽມດ້ານຄວາມພ້ອມຂອງບຸກຄະລາກອນການກິລາເພື່ອຮັບຮອງການຈັດການແຂ່ງຂັນກິລາລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ.
ຈຸດປະສົງການຈັດງານມະຫາກຳກິລາແຫ່ງຊາດ ເພື່ອ:
1) ເປັນງານມະຫາກໍາທີ່ປຸກລະດົມຈິດໃຈຟົດຟື້ນປະຕິວັດ, ນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຊື່ອໝັ້ນຂອງມະຫາ ຊົນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ລະບອບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິ ວັດລາວ ຢ່າງໜັກແໜ້ນ;
2) ງານມະຫາກຳກິລາແຫ່ງຊາດແຕ່ລະຄັ້ງ ແມ່ນການປຸກລະດົມຊາວໜຸ່ມ ເຍົາວະຊົນ, ນັກຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫລີ້ນ ກິລາ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ, ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ;
3) ງານມະຫາກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ, ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນ ທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ກໍ່ຄື ເວທີສາ ກົນ ເພື່ອສ້າງກຽດຊື່ສຽງມາໃຫ້ປະເທດຊາດ;
4) ເປັນການພັດທະນາກິລາກາຍະກຳຂອງລາວໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ພັກ ແລະ ລັດ ຖະບານ ໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການຕ່າງໆນັບແຕ່ສູນກາງຈົນຮອດ ທ້ອງຖິ່ນ ໂດຍມີການຜັດປ່ຽນກັນເປັນເຈົ້າພາບ;
5) ເປັນການກະຕຸກຊຸກຍູ້ ດ້ານວັດທະນະທຳ, ທ່ອງທ່ຽວ, ເສດຖະກິດ ແລະ ເປັນການສ້າງບ້ານແປງເມືອງຂອງແຂວງເຈົ້າພາບໃຫ້ມີຄວາມຈະເລີນຮຸ່ງເຮືງອສີວິໄລ.
- ຄັ້ງທີ 1. ປີ 1985 ຢູ່ທີ່ນະຄອນຫຼວງວຽງຈັນ ມີ 12 ປະເພດກິລາ, ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 620 ຄົນ ຈາກ 5 ເຂດ ແລະ 8 ກະຊວງ ແລະ ອົງການ.
- ຄັ້ງທີ 2. ປີ 1987 ຢູ່ທີ່ແຂວງສະຫວັນນະເຂດ ມີ 12 ປະເພດກິລາ, ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 1,376 ຄົນ ຈາກ 7 ແຂວງ ແລະ 9 ກະຊວງ ແລະ ອົງການ.
- ຄັ້ງທີ 3. ປີ 1991 ຢູ່ທີ່ແຂວງຄໍາມ່ວນ ມີ 11 ປະເພດກິລາ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມທັງໝົດ 920 ຄົນ ຈາກ 9 ເຂດ.
- ຄັ້ງທີ 4. ປີ 1994 ຢູ່ທີ່ແຂວງຈໍາປາສັກ ມີ 14 ປະເພດກິລາ, ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 1,600 ຄົນ ຈາກ 9 ເຂດ.
- ຄັ້ງທີ 5. ປີ 1997 ຢູ່ທີ່ແຂວງຫຼວງພະບາງ ມີ 14 ປະເພດກິລາ, ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 1,668 ຄົນ ຈາກ 9 ເຂດ.
- ຄັ້ງທີ 6. ປີ 2000 ຢູ່ທີ່ນະຄອນຫຼວງວຽງຈັນ ມີ 22 ປະເພດກິລາ, ມີຄະນະນຳ ລະ ນັກກິລາເຂົ້າຮ່ວມທັງໝົດ 3,210 ຄົນ ຈາກ 9 ເຂດ.
- ຄັ້ງທີ 7. ປີ 2005 ຢູ່ທີ່ແຂວງສະຫວັນນະເຂດ ມີ 22 ປະເພດກິລາ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມທັງໝົດ 3,257 ຄົນ ຈາກ 17 ແຂວງ ແລະ 18 ກະຊວງ.
- ຄັ້ງທີ 8. ປີ 2008 ຢູ່ທີ່ແຂວງສະຫວັນນະເຂດ ມີ 22 ປະເພດກິລາ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມທັງໝົດ 3,257 ຄົນ ຈາກ 17 ແຂວງ ແລະ 18 ກະຊວງ.
- ຄັ້ງທີ 9. ປີ 2011 ຢູ່ທີ່ແຂວງຫຼວງພະບາງ ມີ 26 ປະເພດກິລາ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມທັງໝົດ 7,219 ຄົນ ຈາກ 17 ແຂວງ ແລະ 21 ກະຊວງ.
- ຄັ້ງທີ 10. ປີ 2014 ຢູ່ທີ່ແຂວງອຸດົມໄຊ ມີ 25 ປະເພດກິລາ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມທັງໝົດ 9,236 ຄົນ ຈາກ 18 ແຂວງ ແລະ 19 ກະຊວງ.
- ຄັ້ງທີ 11 ປີ 2022 ຢູ່ທີ່ແຂວງ ຊຽງຂວາງ ຊຶ່ງລວມມີທັງໝົດ 25 ປະເພດກິລາ, ມີທັບນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງເຂົໍ້າຮວ່ມ, ມີນັກກິລາເຂົໍ້າຮ່ວມທັງໝົດ 3.093 ຄົນ, ຊີງຫຼຽນທັງໝົດ 2.598 ຫຼຽນ
ງານມະຫາກໍາກິລາແຫ່ງຊາດລາວຄັ້ງທໍາອິດໄດ້ຈັດຂຶ້ນໃນປີ 1985 ທີ່ນະຄອນຫຼວງວຽງຈັນ. ໃນໄລຍະເລີ່ມຕົ້ນ, ການ ແຂ່ງຂັນຍັງບໍ່ທັນມີຄວາມຫຼາກຫຼາຍດ້ານປະເພດກິລາຫຼາຍປານໃດ ແລະ ສ່ວນໃຫຍ່ແມ່ນເນັ້ນໃສ່ກິລາພື້ນຖານທີ່ນິຍົມໃນ ປະເທດເຊັ່ນ: ບານເຕະ, ບານສົ່ງ, ແລະ ກະຕໍ້, ເປົ້າຫມາຍຫຼັກໃນເວລານັ້ນແມ່ນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ ກິລາຂອງຊາດ ພາຍຫຼັງການປົດປ່ອຍປະເທດ……….
- ທ່ານ ປອ. ອາດສະພັງທອງ ສີພັນດອນ (ເຈົ້າຄອງນະຄອນຫຼວງວຽງຈັນ) ເປັນປະທານ
- ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ (ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ) ເປັນປະທານຮ່ວມ
- ທ່ານ ພູວົງ ວົງຄໍາຊາວ (ຮອງເຈົ້າຄອງນະຄອນຫຼວງວຽງຈັນ) ເປັນຮອງປະທານ
- ທ່ານ ກິ່ງມະໂນ ພົມມະຫາໄຊ (ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ) ເປັນຮອງປະທານ
- ທ່ານ ສາຍໃຈ ກົມມະສິດ (ຮອງລັດຖະມົນຕີກະຊວງປ້ອງກັນປະເທດ) ເປັນກໍາມະການ
- ທ່ານ ພົຕ ສົມວັນ ສາຍລ້ອງພາ (ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ) ເປັນກໍາມະການ
- ທ່ານ ວັນສີ ກົວມົວ (ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ) ເປັນກໍາມະການ
- ທ່ານ ພູວົງ ກິດຕະວົງ (ຮອງລັດຖະມົນຕີກະຊວງການເງິນ) ເປັນກໍາມະການ
- ທ່ານ ປອ ມະໂນທອງ ວົງໄຊ (ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ) ເປັນກໍາມະການ
- ທ່ານ ຈັນທະບູນ ສຸກອາລຸນ (ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່) ເປັນກໍາມະການ
- ທ່ານ ດຣ ໄພວັນ ແກ້ວປະເສີດ (ຮອງລັດຖະມົນຕີກະຊວງສາທາລະນະສຸກ) ເປັນກໍາມະການ
- ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່ (ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ) ເປັນກໍາມະການ
- ທ່ານ ລິດຕາ ຂັດທິຍະ (ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ) ເປັນກໍາມະການ
- ທ່ານ ສົມພູ ພົງສາ (ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ) ເປັນກໍາມະການ
- ທ່ານ ນາງ ລໍາພອຍ ສີອັກຄະຈັນ (ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ) ເປັນກໍາມະການ
- ທ່ານ ສີຈັນ ຈິດຕະປັນຍາ (ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ) ເປັນກໍາມະການ
- ທ່ານ ສົມພອນ ສອນດາລາ (ຫົວຫນ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ) ເປັນກໍາມະການ

ສັນຍາລັກ (Logo)
ມີແຮງບັນດານໃຈມາຈາກພຣະທາດຫລວງ ເປັນປູຊະນິສະຖານອັນສັກສິດ ແລະ ສີ່ງທີ່ເປັນ ເອກະລັກຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ, ປະສົມປະສານກັບສາຍນໍ້າຂອງ, ນໍ້າງື່ມ ແລະ ແມ່ນໍ້ານ້ອຍຫລາຍສາຍ ເປັນສາາຍເລືອດໃຫຍ່ ທີ່ລໍ່ລ້ຽງຊີວິດຂອງປະຊາຊົນບັນດາເຜົ່າ, ຂໍ້ຄວາມ “ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII, ນະຄອນຫຼວງວຽງຈັນເກມ 2025” ໝາຍເຖິງ ຊື່ຂອງງານ, ຈໍານວນຄັ້ງ, ຜູ້ເປັນເຈົ້າພາບ ແລະ ປີທີ່ຈັດຂຶ້ນ.

ສັດນໍາໂຊກ (Mascot)
ໄດ້ຮັບແຮງບັນດານໃຈມາຈາກ “ນົກຍຸງໂຕຜູ້” ທີ່ສະຫງ່າງາມ, ນ່າຮັກ ແຕ່ເຕັມໄປດ້ວຍພະລັງ ແລະ ເປັນສັດຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ. ນອກນັ້ນຍັງເປັນ ສັນຍາລັກຂອງ ຄວາມໂດດເດັ່ນ, ຄວາມເຂັ້ມແຂງ ແລະ ຄວາມເປັນສິລິມົງຄຸນ.