ບານບ້ວງຊາຍຫຼວງພະບາງ ຜ່ານເຂົ້າຊີງຫຼຽນຄຳ ກັບ ເຈົ້າພາບ

          ທັບນັກບານບ້ວງຊາຍແຂວງຫຼວງພະບາງ ສາມາດເອົາຊະນະ ແຂວງສະຫວັນນະເຂດ ໄປແບບຂາດຮອຍ 79-58 ຄະແນນ ຜ່ານເຂົ້້າຮອບຊີງຊະນະເລີດ ໂດຍຈະໂຄຈອນໄປພົບກັບເຈົ້າພາບນະຄອນຫຼວງວຽງຈັນ ໃນວັນຈັນ 24 ພະຈິກ ເລີ່ມແຕ່ເວລາ 14:00 ໂມງເປັນຕົ້ນໄປ.
 
        ການແຂ່ງຂັນກິລາບານບ້ວງ ລາຍການ 5×5 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນໃນວັນທີ 22 ພະຈິກ 2025 ທີ່ສະໜາມກິລາ ບໍລິເວນມະຫາວິທະຍາໄລແຫ່ງຊາດ (ມຊ) ຊຶ່ງໃນຮອບຮອງຊະນະເລີດ ປະເພດທີມຊາຍ ແຂວງຫຼວງພະບາງ ສາມາດເອົາຊະນະ ແຂວງສະຫວັນນະເຂດ ໄປແບບຂາດຮອຍ 79-58 ຄະແນນ ຂະນະທີ່ປະເພດທີມຍິງ ຫຼວງພະບາງພາດທ່າໃຫ້ ແຂວງອັດຕະປື 48-54.
          ສຳລັບການແຂ່ງຂັນປະເພດທີມຍິງ ຮອບຊີງຫຼຽນທອງ (ອັນດັບທີ 3) ລະຫວ່າງ ແຂວງຫຼວງພະບາງ ພົບກັບ ແຂວງຈຳປາສັກ ແລະ ປະເພດທີມຊາຍ ກະຊວງອຸດສາຫະກຳ ແລະ ການຄ້າ ພົບກັບ ແຂວງຈຳປາສັກ. ຂະນະທີ່ ປະເພດທີມຊາຍ ຮອບຊີງຊະນະເລີດ ແຂວງຫຼວງພະບາງ ພົບກັບ ນະຄອນຫຼວງວຽງຈັນ ແລະ ປະເພດທີມຍິງ ແຂວງອັດຕະປື ພົບກັບ ນະຄອນຫຼວງວຽງຈັນ ເຈົ້າພາບ.
#ພາບ-ຂ່າວ: ສອນອາຄົມ ສກຂ ຫຼວງພະບາງ