ກະຊວງປ້ອງກັນປະເທດ ຄວ້າຫຼຽນຄຳ ສະນຸກເກີ 15 ແດງ ຄູ່ຊາຍ “ນະຄອນຫຼວງວຽງຈັນ ເກມ 2025”

          ທ້າວ ສຸລິຍາ ມີນາລາວົງ ແລະ ທ້າວ ພັນສາ ຄຳລືຫານ ຈາກກະຊວງປ້ງກັນປະເທດ ເອົາຊະນະ ທ້າວ ປັງປອນ ພົມມະສຸຂະ ແລະ ທ້າວ ເຫຼືອງ ຂາວປະເສີດ ຈາກແຂວງສະຫວັນນະເຂດ ດ້ວຍຄະແນນ 4-1 ເຟຣມ ຄວ້າຫຼຽນຄຳ ສະນຸກເກີ 15 ແດງ ຄູ່ຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025”.
          ການແຂ່ງຂັນສະນຸກເກີ 15 ແດງ ຄູ່ຊາຍ ຮອບຊີງຊະນະເລີດ ລະຫວ່າງ ກະຊວງປ້ງກັນປະເທດ ພົບກັບ ແຂວງສະຫວັນນະເຂດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈັດຂຶ້ນໃນວັນທີ 22 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄຣັບໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການແຂ່ງຂັນ ກະຊວງປ້ອງກັນປະເທດ ເອົາຊະນະ ແຂວງສະຫວັນນະເຂດ ໄປໄດ້ 4-1 ເຟຣມ ຄວ້າຫຼຽນຄໍາໄປຄອງ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງຮ່ວມ ແຂວງອຸດົມໄຊ ແລະ ແຂວງຄຳມ່ວນ.
ໃນວັນດຽວກັນ ຍັງມີການແຂ່ງຂັນ ຮອບຄັດເລືອກ ປະເພດ 15 ແດງ ດ່ຽວຊາຍ ທ້າວ ຄຳສະໄຫວ ແສງສຸລິຍາ ຈາກແຂວງສະຫວັນນະເຂດ (1) ຊະນະ ທ້າວ ສົມຄວນ ພະປະເສີດ ແຂວງວຽງຈັນ (1) 4-2 ເຟຣມ; ທ້າວ ສຸລິຍາ ມີນາລາວົງ ກະຊວງປ້ອງກັນປະເທດ 2 ຊະນະ ທ້າວ ທິບພະກອນ ແກ້ວວິໄລ ແຂວງວຽງຈັນ (2) 4-0 ເຟຣມ; ທ້າວ ພອນສະຫວັນ ຊາພັກດີ ນະຄອນຫຼວງວຽງຈັນ (2) ຊະນະ ທ້າວ ດາວພະຈັນ ພຸດທະບັນດິ ແຂວງຄຳມ່ວນ (2) 4-1 ເຟຣມ; ທ້າວ ພຸດທະສັກ ລິດດາລາ ແຂວງຈຳປາສັກ (2) ຊະນະ ທ້າວ ສິດທິເດດ ສັກບ່ຽງ ແຂວງສະຫວັນນະເຂດ (2) 4-3 ເຟຣມ; ທ້າວ ພອນໄຊ ຮຸ່ງເຮືອງ ແຂວງຄຳມ່ວນ (1) ຊະນະ ທ້າວ ລີໄຊ ລາວໂຫຼ ແຂວງອຸດົມໄຊ (2) 4-0 ເຟຣມ; ທ້າວ ບຸນເຫຼື່ອມ ແກ້ວຫາວົງ ແຂວງຈຳແປາສັກ (1) ຊະນະ ທ້າວ ແອ້ນດີ ຜາສຸກໂກ ແຂວງອຸດົມໄຊ (1) 4-0 ເຟຣມ.
#ໜັງສືພິມ ສຶກສາ-ກິລາ